ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນ ກະຊວງປ້ອງກັນປະເທດ ລາວ-ຣັດເຊຍ
ພົບປະສອງຝ່າຍ ກ່ຽວກັບວຽກງານເກັບກູ້ລະເບີດ


     ວັນທີ 10 ພະຈິກ 2013 ນີ້, ກະຊວງປ້ອງກັນປະເທດລາວ ໄດ້ຈັດກອງປະຊຸມປຶກສາຫາລືສອງຝ່າຍກ່ຽວກັບວຽກງານການຮ່ວມມື
ເກັບກູ້ລະເບີດບໍ່ທັນແຕກຮ່ວມກັບ ກະຊວງປ້ອງກັນປະເທດ ຣັດເຊຍ. ຝ່າຍລາວມີສະຫາຍ ພົນຕີ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າ
ການກະຊວງປ້ອງກັນປະເທດ, ຝ່າຍຣັດເຊຍ ມີສະຫາຍ ພັນເອກ ອາຮາມົບ ເຊຍເກ ຫົວໜ້າວິຊາການໃຫຍ່ຂອງກົມຊ່າງແສງ ກຳລັງປະ
ກອບອາວຸດແຫ່ງ ສ.ຣັດເຊຍ ພ້ອມດ້ວຍຄະນະ, ຕະຫຼອດຮອດພາກສ່ວນທີ່ກຽ່ວຂ້ອງທັງສອງຝ່າຍເຂົ້າຮ່ວມ.

     ກອງປະຊຸມພົບປະທັງສອງຝ່າຍໄດ້ມີການປຶກສາຫາລືກັນຫຼາຍດ້ານ ໂດຍສະເພາະແມ່ນໄດ້ປຶກສາຫາລືກຽ່ວກັບການກະກຽມເປັນປະ
ທານຮ່ວມໜ່ວຍງານຜູ້ຊ່ຽວຊານດ້ານເກັບກູ້ລະເບີດເພື່ອມະນຸດສະທຳ ໃນຂອບເຂດ ADMM pLus ກໍຄືກອງປະຊຸມລັດຖະມົນຕີປ້ອງ
ກັນປະເທດອາຊຽນ-ບວກ ເພື່ອປຶກສາຫາລື ແລະ ເອກະພາບກຽ່ວກັບແຜນການຮ່ວມມືສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ປະ
ຈຳປີ 2024 ເຊິ່ງ ຄະນະຜູ້ແທນທັງສອງຝ່າຍໄດ້ຜັດປ່ຽນກັນແຈ້ງສະພາບວຽກງານທີ່ກ່ຽວຂ້ອງ ກັບໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້
ກັນ ແລະ ກັນຊາບ ພ້ອມທັງໄດ້ຕີລາຄາສູງຕໍ່ມູນເຊື້ອອັນດີງາມ ແລະ ສາຍພົວພັນການຮ່ວມມືຂອງ ລາວ ແລະ ຣັດເຊຍ ທີ່ມີມາແຕ່ດົນ
ນານແລ້ວນັ້ນນັບມື້ເພີ່ມທະວີຄວາມແໜ້ນແຟ້ນຂຶ້ນເລື້ອຍໆ ໃນນີ້ກອງປະຊຸມກໍ່ມີການປຶກສາຫາຫາລືຮ່ວມກັນຫຼາຍບັນຫາທີ່ສຳຄັນ ທີ່
ຕ່າງຝ່າຍຕ່າງມີຄວາມສົນໃຈ ໂດຍສະເພາະແມ່ນໄດ້ລົງເລິກປຶກສາຫາລືຮ່ວມກັນກ່ຽວກັບວຽກງານການຮ່ວມມືໃນໄລຍະຜ່ານມາ ແລະ
ທິດທາງແຜນງານການຮ່ວມມືໃນຕໍ່ໜ້າກໍຄືວາລະການຮ່ວມມື ປີ 2023-2027 ໂດຍສະເພາະແມ່ນວຽກງານ ການຮ່ວມມືສອງຝ່າຍ
ລາວ-ຣັດເຊຍ ກ່ຽວກັບວຽກງານເກັບກູ້ລະເບີດ ແລະ ການພົວພັນການຮ່ວມມືໃນກອບຂອງອາຊຽນ-ຣັດເຊຍ.

     ໃນໂອກາດນີ້, ຝ່າຍ ສ. ຣັດເຊຍ ກໍມີຄວາມຍິນດີ ແລະ ພ້ອມທີ່ຈະຊ່ວຍເຫຼືອ ແລະ ຮ່ວມມືໃນຂົງເຂດວຽກງານທີ່ຝ່າຍລາວນຳສະເໜີ
ເພື່ອຜົນປະໂຫຍດຂອງສອງຊາດ ຣັດເຊຍ-ລາວ ກໍຄືຂອງສອງກອງທັບ ຣັດເຊຍ-ລາວ ໃຫ້ໝັ້ນຄົງທະນົງແກ່ນ, ມີໝາກຜົນສຳເລັດຍິ່ງໆຂຶ້ນ
ພ້ອມນັ້ນ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຕາງໜ້າໃຫ້ຝ່າຍລາວກ່າວສະແດງຄວາມຂອບໃຈ ສະຫາຍ ຫົວໜ້າວິຊາການໃຫຍ່ຂອງກົມ
ຊ່າງແສງ ກຳລັງປະກອບອາວຸດແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະທີ່ໄດ້ເດີນທາງມາເຮັດວຽກຢູ່ລາວ ພ້ອມທັງອວຍພອນໃຫ້ຄະນະຜູ້ແທນ
ຈົ່ງມີຄວາມຜາສຸກ ແລະ ປະ ສົບຜົນສຳເລັດໃນການມາເຮັດວຽກຢູ່ລາວໃນຄັ້ງນີ້.

ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 15/11/2023